ໃນຕອນເຊົ້າ ຂອງວັນທີ 21 ເມສາ 2016, ທີ່ ສຳນັກງານປະທານາທິບໍດີ ເຮວຊິນກິ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Sauli Niinistö, ປະທານາທິບໍດີ ແຫ່ງ ສາທາລະນະລັດແຟງລັງ,
ໃນຕອນເຊົ້າ ຂອງວັນທີ 10 ພະຈິກ 2015, ທີ່ ພະຣາຊະວັງ ໂກເປນຮາເກນ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດພະຣາຊີນີ Margrethe II, ພະຣາຊີນີ ແຫ່ງຣາຊະອານາຈັກເດນມາກ
ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2015, ທີ່ ພະຣາຊະວັງສະຕ໋ອກໂຮມ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Carl XVI GUSTAF, ພະເຈົ້າຊີວິດ ແຫ່ງ ຣາຊະອານາຈັກຊູແອດ ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກຊູແອດ. ໂດຍມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.
ໃນຕອນເຊົ້າ ຂອງວັນທີ 14 ເມສາ 2016, ທີ່ ພະຣາຊະວັງອົດສະໂລ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Harald V, ພະເຈົ້າຊີວິດ ແຫ່ງຣາຊະອານາຈັກນອກແວ