ໃນຕອນເຊົ້າ ຂອງວັນທີ 14 ເມສາ 2016, ທີ່ ພະຣາຊະວັງອົດສະໂລ, ພະນະທ່ານ ບຸນແພງ ຊາຍກັນຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ອົງສົມເດັດ Harald V, ພະເຈົ້າຊີວິດ ແຫ່ງຣາຊະອານາຈັກນອກແວ
ເພື່ອດຳລົງຕຳແໜ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກນອກແວ. ໂດຍມີສຳນັກງານ ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງ ສະຕ໋ອກໂຮມ, ປະເທດ ຊູແອດ.